Friday, August 19, 2016

ຂໍ້ມູນທົ່ວໄປກ້ຽວກັບ ແຂວງຊຽງຂວາງ ປະເທດລາວ

https://blogger.googleusercontent.com/img/b/R29vZ2xl/AVvXsEh_mpe1ezAGZswjp2DwIPtNVHXg0bqLUCz1PgJhvfSg4xoETzjxIKTqYMbtA7ayN-UhuYokzhrmGeesdZUxKi4k1mpz5zdPwwJBVBDJ3bn9eIUZLxDSP8KKnT-XyHhOliugXk6mmyfp_zVx/s1600/%E0%B8%97%E0%B8%B8%E0%B9%88%E0%B8%87%E0%B9%84%E0%B8%AB%E0%B8%AB%E0%B8%B4%E0%B8%992.jpg
ແຂວງຊຽງຂວາງ
ຂໍ້ມູນທົ່ວໄປ
ຊື່ພາສາລາວ ແຂວງຊຽງຂວາງ
ເມືອງເອກ ເມືອງແປກ(ໂພນສະຫວັນ)
ຂໍ້ມູນສະຖິຕິ
ເນື້ອທີ່ 16,358 km²
ປະຊາກອນ 287,683 (2012 ຄາດຄະເນ) ຄົນ
ຄວາມໜາແໜ້ນປະຊາກອນ 18 ຄົນ/km²
ແຂວງຊຽງຂວາງ ເປັນແຂວງທີ່ອຸດົມສົມບູນໄປດ້ວຍ ຊັບໃນດິນສິນໃນນ້ຳ ແລະ ປ່າໄມ້ທີ່ອຸດົມສົມບູນ ມີແຫຼ່ງທ້ອງທ່ຽວຫຼາຍແຫ່ງທີ່ໜ້າສົນໃຈ ເຊັ່ນ: ທົ່ງໄຫຫີນ, ບໍ່ນ້ຳຮ້ອນ. ນອກຈາກນັ້ນ ແຂວງຊຽງຂວາງ ຍັງ ແມ່ນ ໜຶ່ງໃນບັນດາແຂວງທີ່ບໍ່ມີພົມແດນ ຕິດກັບ ແມ່ນຳ້ຂອງ ແລະ ຍັງເປັນແຂວງທີ່ ພູທີ່ສູງທີ່ສຸດໃນ ປະເທດລາວ ຕັ້ງຢູ່ ນັ້ນຄື ພູເບ້ຍ ສູງ 2820 ແມັດ (ປະຈຸບັນພູເບ້ຍແມ່ນຂື້ນກັບແຂວງໄຊສົມບູນ).
ປະຫວັດແຂວງຊຽງຂວາງ
ລັກສະນະພູມສັນຖານ

ແຂວງຊຽງຂວາງຕັ້ງຢູ່ທາງພາກເໜືອຂອງປະເທດລາວ ມີພື້ນທີ່ເປັນລັກສະນະພູພຽງ ຢູ່ສູງກວ່າລະດັບນຳທະເລ ໑໒໐໐ ແມັດ ມີອາກາດໜາວເກືອບຕະຫລອດປີ. ຍັງມີພູພຽງເມືອງພວນ ທີ່ອຸດົມສົມບູນ ເປັນພູພຽງທີ່ອ້ອມຮອບດ້ວຍພູສູງ ແລະ ຍັງມີພູເບ້ຍ ເຊ່ິງເປັນພູທີ່ສູງທີ່ສຸດໃນປະເທດລາວ ມີຄວາມສູງ 2820 ແມັດ.
ໂພນສະ­ຫວັນ ຄ້າຍ­ຄືກັນກັບສະ­ຫວັນຂອງຄົນເມືອງເຫນືອ ກໍ່ວ່າໄດ້ດຳ­ລົງຊີ­ວິດອາ­ໄສຕາມທຳມະຊາດໃນເຂດເນີນພູ, ທົ່ງພຽງລຽບຕາມລຳນ້ຳ­ຂອງ ຫລື ຕາມຈ້າຍພູບວກກັບຄວາມຈະເລີນຮຸ່ງ­ເຮືອງໃນປະ­ຈຸບັນເຮັດໃຫ້ບ່ອນດັ່ງ­ ກ່າວນີ້ມີໂສມຫນ້າໃຫມ່ປະ­ດັບດິນ­ແດນອິດ­ສະ­ຫລະສາຍຖະ­ຫນົນ­ຫລວງຄົດລ້ຽວໂງເງ ຕາມຮ່ອມພູ, ສັນ­ພູ ໃນປະ­ຈຸບັນເຂດທົ່ງໄຫຫີນມີອາ­ ກາດຫນາວເຢັນຕະ­ຫລອດປີ ຖະ­ຫນົນສາຍຫລັກທີ່ຄົດລ້ຽວ ບ້ານໂພນສະ­ຫວັນ ເບິ່ງຄືກັນກັບວ່າເປັນອານານິ­ຄົມຂອງປະ­ຊາ­ ຊົນໃນເຂດນັ້ນຍອຍປ່າສົນເປັນສີ­ຂຽວປົກຄຸມເຮັດໃຫ້ຫມູ່ບ້ານດັ່ງ­ກ່າວ ມີສີ­ສັນຂຶ້ນຕື່ມເປັນສະ­ຖານ­ທີ່ທ່ອງທ່ຽວທີ່ຍັງບໍ່ຊ້ຳແບບກັບບ່ອນອື່ນຂອງແຂວງ ມັນຍັງມີສະເຫນຂອງມັນຢູ່ໃນຄວາມລຽບງ່າຍທີ່ອຸ­ດົມໄປດ້ວຍປະ­ຫວັດສາດທາງດ້ານວັດ­ ທະ­ນະ­ທຳ ເຮົາຈະເຫັນລູກລະ­ເບີດທີ່ໃຊ້ເປັນເສົາຮົ້ວບ້ານ ແລະ ເປັນຮາງໂຕ່ງນ້ຳໃນຍາມຝົນໃນເຂດຊົນນະບົດ.
ທີ່ຕັ້ງ
ທິດເໜືອຕິດກັບ ແຂວງຫົວພັນ
ທິດໃຕ້ຕິດກັບ ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ
ທິດຕາເວັນອອກຕິດກັບ ສ.ສ ຫວຽດນາມ
ທິດຕາເວັນຕົກຕິດກັບ ແຂວງຫລວງພະບາງ
ບັນດາເມືອງ
ເມືອງໂພນສະຫວັນ(ເມືອງແປກ)
ເມືອງຄຳ
ເມືອງໜອງແຮດ
ເມືອງຄູນ
ເມືອງໝອກໃໝ່
ເມືອງພູກູດ
ເມືອງຜາໄຊ

http://www.laotravelagency.com/images/province/xieng%20khouang-night.jpg
http://stevbonhage.com/wp-content/uploads/2015/04/SB_XiengKhouangProvince_Laos_20-260114_DSC_8337.jpg
https://somewherenearhere.files.wordpress.com/2012/12/dsc0368.jpghttps://c4.staticflickr.com/6/5486/14470391419_719a164375_z.jpg
Powered by Blogger.