Monday, April 6, 2015

ເຕືອນໄພຜູ້ໃຊ້ Facebook ຍ່າຄິກເບິ່ງຄິບໂປ້ ທີ່ຫມູ່ share ຊຶ່ງອາດເປັນມັລແວຣ໌



ເຕື່ອນໄພຜູ້ໃຊ້ Facebook ຢ່າຄລິກເບິ່ງຄິບໂປ້ ທີ່ໝູ່ Share ເດັດຂາດ ຊື່ງມັນເປັນມັລແວຣ ຕົວະໃຫ້ດາວໂຫຼດອັບເດັດ Flash Player
ວັນທີ 2 ກຸມພາ 2015 ເວັບໄຊ theguardian.com ໄດ້ລາຍງານຜູ້ໃຊ້ Facebook ວ່າຖ້າຫາກພົບໝູ່ເພືອນໃນ Facebook Share ຄິບໂປ້ ໃນNews Feed ແມ່ນຂໍໃຫ້ພິຈາລະນາໃຫ້ດີກ່ອນທີຈະ ຄິກ ວ່າຄິບດັ່ງກ່ວເປັນຄິບທີ່ໝູ່ໆ Share ແທ້ບໍ່ ຫຼື ເປັນ ມັລແວຣ໌ ກັນແທ້ ແລະ ຖ້າຄິກໄປເບິ່ງແລ້ວອາດມີການແຈ້ງໃຫ້ Download Update Flash Player ກໍຍ່າໄດ້ດາວໂຫຼດເດັດຂາດ ແລະ ໃຫ້ປິດໜ້າເວັບນັ້ນໆທັນທີນັກວິໃຈນາມວ່າ Mohammad Faghani ໄດ້ທຳການວິໃຈກ່ຽວກັບ ມັລແວຣ໌  ດັ່ງກ່າວ ແລະ ເຫັນວ່າມັນຄື ໂທຈັນ ທີ່ປອມແປງເປັນໄຟລ໌ອັບເດັດ Flash Playerຕົວະໃຫ້ຜູ້ໃຊ້Facebookຄິກເຂົ້າໄປເບິ່ງຮູບໂປ້ແຕ່ເມີ່ອເບິ່ງໄປນ້ອຍໜຶ່ງຄິບຈະຍຸດຫຼິ້ນ ແລະ ແຈ້ງໃຫ້ Download Update Flash Player ຕົວະໃຫ້ຄົນຍາກເບິ່ງຄິບໂປ້ Download  ເພື່ອທີຈະເບິ່ງ ຄິບ ຕໍ່ຈົນຈົບ ແຕ່ແທ້ຈິງແລ້ວມັນຄື ມັລແວຣ໌  ທີ່ຈະແຟງເຂົ້າມາເພື່ອທຳໜ້າທີ່ Share ຄິບ ໂປ້ດັ່ງກ່າວ ຕົວະໝູ່ຄົນອື່ນໃນ Facebook ຕໍ່ໄປເລື້ອຍໆ ແຖມຍັງມີການ Tag ຊື່ໝູ່ໃຫ້ອັດຕະໂນມັດ ເພື່ອໃຫ້ແຜ່ກະຈ່າຍແບບວ່ອງໄວຫຼາຍຂື້ນ ເຮັດໃຫ້ຄົນຕິດ ມັລແວຣ໌ ຫຼາຍກວ່າ 1 ແສນຄົນພາຍໃນເວລາ 2 ມື້ເທົ່ານັ້ນ.
Powered by Blogger.