Monday, April 6, 2015

ເລີ່ມຕົ້ນການຮຽນຮູ້ໂຄງສ້າງກ່ອນຂຽນ App android ແລະ ແນະນຳໄຟຣຕ່າງໆທີ່ສຳຄັນ ກ່ອນເລີມຕົ້ນ



ເລີ່ມຕົ້ນການຮຽນຮູ້ໂຄງສ້າງ App android

 ເລີ່ມຕົ້ນການຮຽນຮູ້ໂຄງສ້າງ App android
  1. src [source folder]
ເປັນ folder ສຳລັບເກັບ source code ທີ່ເປັນ java ທັງໝົດ ຊື່ງເຮົາອາດແບ່ງ package  ໄດ້ຕາມທີ່ຕ້ອງການ ເຮົາສາມາດຂຽນໄດ້ແບບ java programming ໃນ platform ອື່ນທຸກປະການ ມີພຽງແຕ່ບາງ class ທີ່ມີຄຸນນະສົມບັດພິເສດຂອງ android ເຊັ່ນ : Activity ທີ່ຕ້ອງເຊື່ອມຕໍ່ກັບໜ້າຈໍ ອາດຕ້ອງມີການທຳຄວາມຮູ້ຈັກຜ່ານ AndroidManifest.xml  ອີກດ້ວຍ

  1. Res [resource folder]
ເປັນ folder ທີ່ປະກອບດ້ວຍຫຼາກຫຼາຍ subfolder.xml ເປັນຮູບພາບ
  • Layout (xml) ຄື່ສ່ວນທຳໜ້າຈໍ ຈະໃຊ້ງານຮ່ວມກັບ java class ເປັນ Activity
  • Menu (xml) ເປັນສ່ວນທີ່ອອກແບບ menu
  • Value (xml) ປະກອບໄປດ້ວຍພາຍໃນອີກຫຼາຍໄຟຣ ເຊັ່ນ: xml, dimens.xml, styles.xml ລວ້ນສ້າງສຳລັບ constants ເພື່ອໃຊ້ໃນ layout
  • Drawable (images) ສຳລັບເກັບຮູບພາບ ອາດມີການແບ່ງເປັນຫຼາຍ folder ໄວ້ໃສ່ຮູບຕ່າງຂະໜາດກັນ ເພື່ອຮອງຮັບ devices ທີ່ຫຼາກຫຼາຍ

  1. Gen
ຄື່ folder ທີ່ເປັນຕົວກາງລະຫວ່າງ java class ກັບ layout ໂດຍຈະ generate ເອງເມື່ອເຮົາສ້າງຫຼື່ແກ້ໄຂ layout ຢູ່ໃນຮູບແບບຂອງ R.java
  1. Assets
  • ໃຊ້ສຳລັບວາງໄຟຣສຳຄັນຕ່າງໆ ທີ່ຈຳເປັນຕ້ອງໃຊ້ຕອນ runtime ເຊັ່ນ sqlite database
  1. Libs
  • ສຳລັບວາງ library ທີ່ຕ້ອງການໃຊ້ application
Powered by Blogger.