Tuesday, August 23, 2016

ຄຳຖາມແລະຄຳຕອບຫຍໍ້ໆ ບົດຮຽນ Linux Server


1.    DNS ແມ່ນຫຍັງ
DNS (Domain Name System) ແມ່ນບໍລິການແປງຊື່ Domain ໄປເປັນ IP Address ແລະ ແປງ IP Address ໄປເປັນ Domain
2.    ການ Forward Mapping ແມ່ນຫຍັງ ?
ແມ່ນການແປງຊື່ Domain ໃຫ້ເປັນ IP address
3.    ການ Reverse Mapping ແມ່ນຫຍັງ ?
ແມ່ນການແປງ IP address ໃຫ້ເປັນ Domain
4.    DNS Server ໃຊ້ງານພອດໃດໃນການໃຫ້ບໍລິການ ?
DNS Server ໃຊ້ງານພອດ 53 ໃນການໃຫ້ບໍລິການ
5.    ການເຮັດວຽກຂອງເຄື່ອງ DNS Server ເປັນແນວໃດ ?
DNS Server ເຊິ່ງເຮັດວຽກດ້ວຍຊອບແວພິເສດຊື່ວ່າ: BIND ທີ່ເຮັດໜ້າທີ່ໃນການຮັບສົ່ງຂໍ້ມູນລະຫວ່າງ DNS ແຕ່ລະເຄື່ອງຜ່ານ DNS Protocol ເມື່ອມີຄ¿ຮ້ອງຂໍໃຫ້ສືບຄົ້ນຫາໝາຍເລກ IP ແນວໃດກໍ່ຕາມຄ¿ຕອບທີ່ DNS Server ຈະມີໃຫ້ ກໍ່ຕໍ່ເມື່ອຄຳຮ້ອງນັ້ນຕົງກັບ DNS Server ນັ້ນ
6.    DNS Server ມີຈັກປະເພດ ແລະ ມີປະເພດໃດແດ່ ?
ມີ:2 ປະເພດຄື:
-    Master DNS Server
-    Slave DNS Server
7.    ເຄື່ອງ Master DNS Server ເຮັດໜ້າທີ່ຫຍັງ ?
ເປັນເຊີເວີຫຼັກເຮັດໜ້າທີ່ເກັບຂໍ້ມູນທັງໝົດ ແລະ ໃຫ້ບໍລິການແກ່ຄອມພີວເຕີ Client ເຊິ່ງມີໄດ້ເຄື່ອງດຽວໃນເຄື່ອຄ້າຍ ແລະ ຂໍ້ມູນໃນເຄື່ອງ Master DNS Server ສາມາດເພີ້ມເຕີ່ມ ຫຼື ປຽນແປງໄດ້ ໂດຍທຸກຄັ້ງທີ່ມີການປ່ຽນແປງ ຫຼື ແກ້ໄຂຂໍ້ມູນຈະຕ້ອງເຮັດໃນເຄື່ອງ Master DNS server ທຸກຄັ້ງ
8.    ເຄື່ອງ Slave DNS Server ຫຼື Second DNS Server ເຮັດໜ້າທີ່ຫຍັງ ?
ເປັນເຊີເວີເຮັດໜ້າທີ່ຊ່ວຍການເຮັດວຽກຂອງ Master DNS Server ແລະ ຍັງສາມາດເຮັດວຽກແທ່ນ Master DNS Server ໄດ້ຖ້າ Master DNS Server ຫາກບໍ່ສາມາດໃຫ້ບໍລິການໄດ້ ເຊິ່ງ Slave DNS Server ສາມາດມີໄດ້ຫຼາຍເຄື່ອງ
9.    ໄຟຣ Forward Lookup Zone ແມ່ນໄຟຣເຮັດໜ້າທີ່ຫຍັງ ?
ເຮັດໜ້າທີ່ແປງຊື່ Domain ເປັນ IP Address
10.     ໄຟຣ Reverse Lookup Zone ແມ່ນໄຟຣເຮັດໜ້າທີ່ຫຍັງ ?
ເຮັດໜ້າທີ່ແປງຊື່ IP Address ເປັນ Domain
11.     ໂປຣແກຣມທີ່ເຮັດໜ້າທີ່ເປັນ DNS Server ໃນ Linux CentOS ມີໂປຮແກຣມໃດແດ່?
ມີໂປຣແກຣມ BIND (Berkeley Internet Name Domain)
12.     ໄຟຣ config ຫຼັກຂອງ DNS Server ຊື່ຫຍັງ  ແລະ ຢູ່ໃສ ?
ໄຟຣ config ຫຼັກຂອງ DNS Server ຊື່ named cont ຢູ່ viletcl named.cont
13.     DHCP Server ແມ່ນຫຍັງ ?
    DHCP server Dynamic Host Configuration Protocol) ຄືໂປໂຕຄໍທີໃຊ້ໃນການກຳນົດ IP Address ອັດຕະໂນມັດແກ່ເຄື່ອງລູກຂ່າຍເທີງລະບົບທີຕິດຕັ້ງ TCP/IP ສຳລັບ DHCP server ມີໜ້າທີແຈກ IP ໃນເຄືອຂ່າຍບໍ່ໃຫ້ໍ້ຊ້ຳເປັນການຫຼຸດຄວາມຊ້ຳຊ້ອນເມື່ອເຄື່ອງລູກເລີ່ມ  boot ກໍ່ຈະຂໍ IP address, Subnet mark ໝາຍເລກ DNS ແລະ Default gateway
14.     ການເຮັດວຽກຂອງລະບົບ DHCP ເປັນແນວໃດ ?
DHCP (Dynamic Host Configuration Protocol ເຊີ່ງເຮັດໜ້າທີຈ່າຍ IP ໃຫ້ແກ່ເຄື່ອງລູກ (clients) ໂດຍອັດຕະໂນມັດສຳຫຼັບເນັດເວີກທີມີເຄື່ອງລູກຫຼາຍເຄື່ອງ ການກຳນົດ IP ໃຫ້ແຕ່ລະເຄື່ອງບາງຄັ້ງກໍ່ຍາກໃນການຈົດຈຳວ່າກຳນົດ  IP ໃຫ້ ໄປເປັນເບີຫຍັງແລ້ວ ພໍມີເຄື່ອງເພີ່ມເຂົ້າມາໃນເນັດເວີກໃມ່ຕ້ອງກັບໄປຄົ້ນເພື່ອຈະ assign ເບີ IP ໃໝ່ມາໃຫ້ຊ້ຳກັບ  ເບີເກົ່າ
15.     ໄຟຣ config ຫຼັກຂອງ DHCP Server ຊື່ຫຍັງ ແລະ ຢູ່ໃສ ?
ໄຟຣ config ຫຼັກຂອງ DHCP Server ຊື່ dhcpd cont ຢູ່ vi/letcl/dhcp/dhcp.cont
16.     Web Server ແມ່ນຫຍັງ ?
      Web server ຄືໂປຣແກຣມທີຢູ່ ແລະ ເຮັດວຽກເທີງເຄື່ອງຝັ່ງ Server (Host) ເຮັດໜ້າທີໃນການຮັບຄຳສັ່ງຈາກການຮ້ອງຂໍຂອງຝັ່ງ Client (ໂດຍທາງ Browser) ແລະປະມວນຜົນການເຮັດວຽກຈາກການຮ້ອງຂໍດັ່ງກ່າວແລ້ວສົ່ງຂໍ້ມູນກັບໄປຍັງເຄື່ອງຂອງ  Client ທີຮ້ອງຂໍ
17.     Web Server ໃຊ້ງານພອດໃດໃນການໃຫ້ບໍລິການ ?
     Web Server ໃຊ້ງານພອດ 80 ໃນການໃຫ້ບໍລິການ
18.     ໂປຣແກຣມທີ່ເຮັດໜ້າທີ່ເປັນ Web Server ໃນ Linux CentOS ມີໂປຣແກຣມໃດແດ່?
ຄື Program Apache
19.     ໄຟຣ config ຫຼັກຂອງ Web Server ຊື່ຫຍັງ ແລະ ຢູ່ໃສ ?
ໄຟຣ config ຫຼັກຂອງ Web Server ຊື່ httpdcont ຢູ່ vi/etc/http/cont/httpd.cont
20.     ໃນໄຟຣ config ຂອງໂປຣແກຣມ apache ມີຈັກສ່ວນ config ຄືສ່ວນໃດແດ່ ?
21.     ການເຮັດ Virtual Host ມີຈັກຮູບແບບ ຄືຮູບແບບໃດແດ່ ?
ມີ2 ຮູບແບບ
- IP-Base
- Name-Base
22.     ການເຮັດ Virtual Host ແບບ IP-Base ເປັນແນວໃດ ?
ເປັນການສ້າງ Virtual Host ທີ່ໃຊ້ IP Adress 1 ຫມາຍເລກຕໍ່1 ເວບໄຊ
23.     ການເຮັດ Virtual Host ແບບ Name-Base ເປັນແນວໃດ ?
ຄືການສ້າງ Virtual Host ທີ່ໃຊ້ Card Network ເດີມແລະມີ IP Adress ພາຍຫນຶ່ງຫມາຍເລກແຕ່ມີເວບໄຊໄດ້ຫລາຍກ່ວາ1ເວບໄຊຈະໃຊ້ IP Adress ຫມາຍເລກດຽວກັນ
24.     FTP ແມ່ນຫຍັງ ?
FTP (File Transfer Protocol) ເປັນໂປຣແກຣມທີໃຊ້ສຳລັບ upload/download ຫຼືເບີ່ງໂຄງສ້າງຂອງ File ແລະ directory ໃນ Server FTP  ເປັນມາດຕະຖານຂອງການຖ່າຍໂອນ File ບໍລິການຄັດລອກຂໍ້ມູນຂ້າມເຄືອຂ່າຍໂດຍ ໃຊ້ໃນການສົ່ງຂໍ້ມູນຈາກເຄື່ອງລູກໄປຍັງເຄື່ອງແມ່ຂ່າຍ (Server)
25.     FTP Server ໃຊ້ງານພອດໃດແດ່ໃນການໃຫ້ບໍລິການ ?
FTP Server ໃຊ້ງານພອດມີ 2 ພອດໃນການໃຫ້ບໍລິການຄື
-     Port 21 ໃຊ້ສຳລັບຮັບສົ່ງຄຳສັ່ງຄວບຄຸມການເຊື່ອມຕໍ່ຂອງ FTP
-     Port 20 ໃຊ້ສຳລັບການສົ່ງຂໍ້ມູນ
26.     FTP Server ມີຈັກໂໝດການເຮັດວຽກ ຄືໂໝດໃດແດ່ ?
ມີ 2 ໂຫມດການເຮັດວຽກຄື
-    Active Mode
-    Passive Mode
27.     ການໃຫ້ບໍລິການຂອງ FTP ມີຈັກຮູບແບບ ຄືຮູບແບບໃດແດ່ ?
ມີ2 ຮູບແບບຄື
-    FTP ສຳລັບສາທາລະນະລັດ (Anony mous)
-    FTP ສຳລັບຜູ້ໃຊ້ທີ່ມີລາຍຊື່ໃນລະບົບ (Local User)
28.     ຈຸດດີ ແລະ ຈຸດອ່ອນຂອງການໃຊ້ງານ FTP ມີຫຍັງແດ່ ?
*    ຈຸດດີ:
-    ເຂົ້າໃຊ້ງານຟາຍແຊທີ່ໄກ ແລະ ອັບໂຫລດຟາຍຕ່າງໆທີ່ເຊີເວີໃດ້ງ່າຍດາຍ
-    ສະຫນັບສະຫນູນໃຫ້ຜູ້ໃຊ້ສາມາດເຂົ້າເອົາຂໍ້ມູນໄດ້ໂດຍກົງ
-    ສາມາດປ້ອງກັນຂໍ້ມູນຂອງຜູ້ໃຊ້ງານໄດ້ລະຫວ່າງ OS ທີ່ຕ່າງກັນ
-    ສາມາດສົ່ງຂໍ້ມູນໄດ້ຢ່າງມີປະສິດທິພາບ
29.     SAMBA ແມ່ນໂປຣແກຣມເຮັດຫຍັງ ?
Samba ເປັນຊຸດຂອງໂປຣແກຣມທີມີຄວາມສາມາດໃນການຕິດຕໍ່ສືສານລະຫວ່າງລະບົບປະຕິບັດການຕ່າງໆ
30.     SMB ແມ່ນຫຍັງ ?
SMB (Server Message Block)ເປັນໂປໂຕຄໍຂອງ  Microsoft ທີຖືກພັດທະນາຂື້ນເພື່ອແຊຣຊັບພະຍາກອນພາຍໃນລະບົບປະຕິບັດການວິນໂດ້ເທົ່ານັ້ນ ແຕ່ຕໍ່ມາມີຜູ້ພະຍາຍາມເຮັດໃຫ້ SMB ສາມາດແຊຣຊັບພະຍາກອນຂ້າມລະບົບປະຕິບັດການໄດ້ Project ນັ້ນຊື່ວ່າ  SAMBA ໂດຍຫຼັກໆຄືພະຍາຍາມເຮັດ Reverse Engineering ຂອງ SMB ແລ້ວພັດທະນາເປັນ SAMBA ເວີຊັ່ນຕ່າງໆ
Powered by Blogger.