Monday, July 18, 2016

ປະຫວັດຄວາມເປັນມາຂອງພາສາ PHP



ປະຫວັດຄວາມເປັນມາຂອງ PHPຄວາມເປັນມາຂອງ PHP
           Rasmus Lerdorf ຜູ້ທີ່ໃຫ້ກຳເນີດ PHP. ເລີ່ມຈາກການຂຽນສະຄຼິບ Perl CGI ໃສ່ໃນ Homepage ສ່ວນຕົວເພື່ອບັນທຶກຂໍ້ມູມຂອງຜູ້ທີ່ເຂົ້າມາເບິ່ງ Website ຂອງລາວ, ແຕ່ເນື່ອງລາວເຫັນວ່າການຂຽນ CGI ດ້ວຍ Perl ນັ້ນມີຈຸດບົກພ່ອງຫຼາຍເກີນໄປສະນັ້ນລາວຈຶ່ງຕັດສິນໃຈຂຽນໂປຼແກຼມຂຶ້ນມາໃໝ່ໂດຍໃຊ້ພາສາ C ທີ່ມີຄວາມສາມາດແຍກພາສາ HTML ອອກຈາກສ່ວນທີ່ເປັນພາສາ C ເພື່ອທຳການປະມວນຜົນແລ້ວສ້າງໂຄ້ດ HTML ຂຶ້ນມາໃໝ່. ລາວໄດ້ຕັ້ງຊື່ໂປຼແກຼມນີ້ວ່າ Personal Home Page Tools (PHP-Tools). ແລະໄດ້ເລີ່ມແຈກຈ່າຍໃນລັກສະນະຂອງ Open Source ¬ແລະໄດ້ມີຜູ້ສົນໃຈເປັນຈຳນວນຫຼວງຫຼາຍ ແລະ ພັດທະນາຈົນມາເປັນ PHP/FI.
               ຕໍ່ມາ Zeev Suraski ແລະ Andi Gutmans ໄດ້ຮ່ວມກັນຂຽນໂຄ້ດຂື້ນມາໃໝ່ໂດຍມີການປັບປຸງໃນຫຼາຍດ້ານໃຫ້ດີຂື້ນ ທັງດ້ານປະສິດຕິພາບ, ການສະໜັບສະໜູນໂປຼແກຼມແບບວັດຖຸ ຫຼື Object Oriented Programming (OOP) ທີ່ຫຼາຍຄົນຮູ້ດີ ແລະ ດ້ານອື່ນອີກຈົນໄດ້ກ່າຍມາເປັນ PHP3.
              ເມື່ອ Internet ໄດ້ຮັບການແພ່ຂະຫຍາຍຫຼາຍຂື້ນຈຶ່ງຜູ້ນຳໃຊ້ PHP3 ເປັນຈຳນວນຫຼວງຫຼາຍ ແລະ ຊັບຊ້ອນຂື້ນ. ດັ່ງນັ້ນ Zeev Suraski ແລະ Andi Gutmans ຜູ້ທີ່ພັດທະນາ PHP3 ຈຶ່ງໄດ້ຕັດສິນໃຈຂຽນໂຄ້ດຂື້ນມາໃໝ່ແລະໄດ້ຕັ່ງຊື່ວ່າ Zend engine ຊຶ່ງຫໍ້ຍມາຈາກ Zeev ແລະ Andi ເຊິ່ງເປັນຫົວໃຈສຳຄັນຂອງ PHP4 ໃນປະຈຸບັນ. ໃນປະຈຸບັນໄດ້ມີ Zend engine 2 ທີ່ມີໃນ PHP5  ໄດ້ຮັບການພັດທະນາການຂຽນໂປຼແກຼມແບບວັດຖຸ ໃຫ້ສົມບູນຂື້ນຕື່ມ.
              PHP ເປັນພາສາຝັ່ງ Server (Server Side Script) ໝາຍຄວາມວ່າການປະມວນຜົນຕ່າງໆ ຂອງຄຳຮ້ອງຂໍຕ່າງໆຈາກ ເຄື່ງລູກຄ່າຍ ຫຼື Client ຈະເກີດຂື້ນທີ່ເຄື່ອງ Server ເທົ່ານັ້ນແລ້ວຈຶ່ງສົ່ງຜົນລັບເປັນພາສາ HTML ໃຫ້ກັບເຄື່ອງລູກຄ່າຍເພື່ອສະແດງຜົນ.

PHP ສາມາດເຮັດຫັຍງໄດ້ແດ່?
             PHP ເປັນພາສາທີ່ງ່າຍອີກພາສາໜຶ່ງແມ້ແຕ່ຜູ້ທີ່ບໍ່ເຄີຍຂຽນໂປຼມແກຼມ ມາກ່ອນກໍສາມາດທຳຄວາມເຂົ້າໃຈກັບພາສານີ້ໄດ້ງ່າຍ ແລະ ໄວ, ສາມາດສ້າງເວັບທີ່ມີລັກສະນະຕອບສະໜອງກັບຜູ້ໃຊ້ງານ ຫຼື Dynamic Webpage ໂດຍມີຄວາມສາມາດ ໃນການດຶງຂໍ້ມູມຈາກຖານຂໍ້ມູມ Database ມາສະແດງໃນຮູບແບບຂອງ Webpage ຈຶ່ງເໝາະສົມແກ່ການນຳມາໃຊ້ສ້າງ Web Board, Web Mail ຕະຫຼອດຮອດການສ້າງ Web Application ເພື່ອໃຊ້ງານພາຍໃນບໍລິສັດ ຫຼື ອົງກອນຕ່າງໆ.
Powered by Blogger.