Monday, September 12, 2016

ຮູ້ທັນ, ປ້ອງກັນ ແລະ ຄວາມ​ປອດ​ໄພ​ຂອງ​ຂໍ້​ມູນ​ຂອງຄອມພິວເຕີສຳລັບພະນັກງານ

ເຖິງ​ທ່ານ​ພະນັກງານ

ການ ​ທີ່ຈະ​ມີ​ການ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຂໍ້​ມູນ​ຂອງ​ວິ​ສະຫະ​ກິດ ຄວນ​ຈະ​ເລີ່​ມຈາກຄວາມ​ຄິດ​ຂອງ​ທ່ານ​ໃນ​ການ​ຮັກສາຄອມ​ພິວ​ເຕີ ​ແລະ ​ເຄືອ​ຂ່າ​ຍຢ່າງ​ປອດ​ໄພ. ​ເຖິງ​ວ່າ​ຈະ​ນໍາ​ເຂົ້າ​ເຕັກນິກ​ການ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຂໍ້​ມູນ​ທີ່​ດີ​ ສຸດ​ໃນ​ໂລກ​ກໍ່ຕາມ, ຖ້າ​ທ່ານ​ບໍ່​ທຳ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ໜ້າ​ທີ່ ​ແລະ ຄວາມ​ຮັບຜິດຊອບ ຕໍ່ການ​ປປ້ອງ​ກັນຂໍ້​ມູນ​ໃຫ້​ເປັນຄວາມ​ລັບ ຫລື ຄວາມ​ປອດ​ໄພ​ຂອງ​ຊັບ​ສິນ​ຂອງ​ບໍລິສັດ ກໍ່​ຈະ​ບໍ່​ມີ​ຜົນ​ປະ​ໂຫຍ​ດຫຍັງໝົດ.

ຄວນ ​ສຳນຶກ​ເຖິງ​ຄວາມ​ຮັບຜິດຊອບ​ຂອງ​ຕົວ​ເອງ. ກ່ອນ​ອ່ື່ນ​ໝົດ, ຕ້ອງ​ຮັບ​ຮູ້​ວ່າ​ແມ່ນ​ຫຍັງ​ທີ່​ຖືກ​ຫວງ​ຫ້າມ. ​ແມ່ນ​ຫຍັງ​ທີ່​ສາມາດ​ເອົາ​ກັບ​ບ້ານ​ໄດ້, ​ແມ່ນ​ຫຍັງ​ທີ່​ບໍ່​ສາມາດ​ເອົາ​ກັບ​ບ້ານ​ໄດ້(ຕົວຢ່າງ​ວ່າ ຄອມ​ພິວ​ເຕີ​ຂອງ​ບໍລິສັດ​ເປັນ​ຕົ້ນ), ​ໃນ​ການ​ນໍາ​ໃຊ້ຊັບ​ສິນ​ຂໍ້​ມູນ​ທີ່​ເປັນ​ຂອງ​ບໍລິສັດ ​ແມ່ນ​ຫຍັງ​ທີ່​ສາມາດ​ເຮັດ​ໄດ້, ​ແມ່ນ​ຫຍັງ​ທີ່​ບໍ່​ຄວນ​ເຮັດ, ຄວາມ​ສຳຄັນ​ຂອງການຖື​ຂໍ້​ມູນ​ສຳຮອງ ຫລື ກ່ຽວ​ກັບ​ເຕັກນິກ​ການ​ຮັກສາ​ຄວາມ​ປອດ​ໄພ​ທີ່​ນຳ​ໃຊ້​ເຂົ້າ, ສິ່ງ​ເຫລົ່າ​ນັ້ນ​ແມ່ນ​ມີໜ້າ​ທີ່​ຫຍັງ ຄວນມີ​ການ​ຄຳນຶງ​ຢ່າງ​ລະອຽດ.

ຮຽນ​ຮູ້​ລາຍ​ລະອຽດຕື່ມ​ອີກ (​ເຂົ້າ​ສູ່ ໃນ​ບ້ານ)

ອີ​ເມລ໌

​ເວັບ​ບລາວ​ຊິ້ງ

ດາວ​ໂຫລ​ດ ​ແລະ ​ແຊ​ລ໌ຟາຍ​ລ໌

​ໂທລະສັບ​ມື​ຖື 
cr. laocert
Powered by Blogger.